วันศุกร์ที่ 29 มกราคม พ.ศ. 2559

ບົດໃຫ້ພອນຍາດໂຍມແປລາວ

ະຖາ ວະຣິວະຫາ ປູຣາ ປະຣິປູເຣນຕິ ສາຄະຣັງ,
ແມ່ນ້ຳທີ່ເຕັມ ຍ່ອມເຮັດສະໝຸດສາຄອນໃຫ້ບໍລິບູນ ສັນໃດ.
ເອວະເມວະ ອິໂຕ ທິນນັງ ເປຕານັງ ອຸປະກັບປະຕິ,
ທານທີ່ທ່ານອຸທິດໃຫ້ແລ້ວແຕ່ໂລກນີ້, ຍ່ອມສຳເລັດປະໂຫຍດ ແກ່ຜູ້ທີ່ລະໂລກນີ້ໄປແລ້ວ ສັນນັ້ນ.
ອິດສິຕັງ ປັດຖິຕັງ ຕຸມຫັງ,
ຂໍອິດທິພົນທີ່ທ່ານປາດຖະໜາແລ້ວ ຕັ້ງໃຈແລ້ວ.
ຂິບປະເມວະສະມິດຊະຕຸ,
ຈົ່ງສຳເລັດໂດຍທັນທີທັນໃດ.
ສັບເພ ປູເຣນຕຸ ສັງກັບປາ,
ຂໍຄວາມດຳຣິທັງປວງຈົ່ງເຕັມທີ່.
ຈັນໂທປັນນະະໂສ ຍະຖາ,
ຄືພະຈັນໃນວັນເພັນ.
ມະນິ ໂຊຕິຣະໂສ ຍະຖາ,
ຄືແລ້ວມະນີອັນສະຫວ່າງສະໄຫວ ຄວນຍິນດີ

ສັບພີຕິໂຍ ວິວັດຊັນຕຸ,
ຄວາມຈັງໄຮທັງປວງຈົ່ງຫາຍໄປ.
ສັບພະໂຣໂຄ ວິນັດສະຕຸ,
ໂລກທັງປວງຂອງທ່ານຈົ່ງຫາຍ.
ມາ ເຕ ພະວັດວັນຕະຣາໂຍ,
ອັນຕະລາຍຢ່າມີແກ່ທ່ານ.
ສຸຂີ ທີຄາຍຸໂກ ພະວະ,
ທ່ານຈົ່ງມີຄວາມສຸກ ມີອາຍຸຍືນ.
ອະພິວາທະນະສີລິດສະ ນິດຈັງ ວຸດທາປະຈາ
ຍິໂນ ຈັດຕາໂຣ ທຳມາ ວັດທັນຕິ ອາຍຸ ວັນໂນ ສຸຂັງ ພະລັງ,
ທຳ ໔(4) ປະການ ຄື ອາຍຸ ວັນນະ ສຸຂະ ພະລະ,ຍ່ອມຈະເລີນແກ່ບຸກຄົນຜູ້ມີປົກກະຕິ
ຂາບໄຫວ້ ມີປົກກະຕິອ່ອນນ້ອມຕໍ່ຜູ້ໃຫຍ່
ສະເໝີ.


ເລື່ອງຕະຫຼົກ

             
            ເລື່ອງຕະຫຼົກຂຳຂັນ

    ຄູຖາມນັກຮຽນໃຫຍ່ຂຶ້ນຢາກເປັນຫຍັງ?

ນາຍຄູ: ຄູຈະຖາມແຕ່ລະຄົນເດີ ທ້າວສົມຊາຍ ໃຫຍ່ຂຶ້ນຢາກເປັນຫຍັງ?.
ທ້າວສົມຊາຍ: ຢາກເປັນມະຫາເສດຖີ
ອັນດັບ1ຂອງປະເທດ.
ນາຍຄູ: ດີຫຼາຍ,ສົມຊາຍເປັນຄົນທີ່ວາງແຜ່ນ
ອະນາຄົດໄດ້ດີ ຂໍຊົມເຊີຍ, ຄູຈະຖາມຕໍ່ເດີບາດນິ ນາງ ລາວັນ
ໃຫຍ່ຂຶ້ນຢາກເປັນຫຍັງ? ເອົາໃຫ້ລວຍແລະດີ
ກວ່າທ້າວ ສົມຊາຍເດີ.
ນາງລາວັນ: ຢາກເປັນເມຍ ທ້າວ ສົມຊາຍ
ນາຍຄູ: :-|



วันพฤหัสบดีที่ 28 มกราคม พ.ศ. 2559

ຄຳສູດຖອດ

                 ຕັ້ງນະໂມ 3 ເທື່ອ

     ສຸນາຕຸເມ ພັນເຕ ສັງໂຄ ອະຍັງ ພູມມະຫິ ອະຍັງ ປະເທສິ ນະຖອດ ໂມຖອນ
ພຸດທະເຄື່ອນອອກ ທຳມະເຄື່ອນອອກ
ສັງຄະເຄື່ອນອອກ ທະລາຍຍະ ສູນຫາຍຍະ.
                    ສູດ 3 ເທື່ອຈົບ

ສຸນາຕຸເມ ພັນເຕ ສັງໂຄ ໂຍໂສ ສັງເຄນະ ສະມຸຫະຄະໂຕ ສະມຸຫະຄະຕາ ສະມຸຫະຄະຕິ ສະມຸຫະຄະຕັດສະ ນະຍັດ ໂມຍັດ ພຸດທະຍັດ ທຳມະຍັດສ ສັງຄະຍັດ
ຕັດສະມາ ຕຸນຫິ ເອວະເມ ຕັງ ທະລາຍາມ
                      ສູດ 3 ເທື່ອຈົບ
            

ສັບພີແປລາວ

             ສັບພີແປລາວ

ສັບພີຕິໂຍ ວິວັດຊັນຕຸ, ຄວາມຈັງໄຮທັງປວງຈົ່ງຫາຍໄປ.
ສັບພະໂລໂຄ ວິນັດສະຕຸ,
ໂລກທັງປວງຂອງທ່ານຈົ່ງຫາຍ.
ມາ ເຕ ພະວັດວັນຕະລາໂຍ,
ອັນຕະລາຍຢ່າມີແກ່ທ່ານ.
ສຸຂີ ທີຄາຍຸໂກ ພະວະ,
ທ່ານຈົ່ງມີຄວາມສຸກ ມີອາຍຸຍືນ.
ອະພິວາທະນະສີລິດສະ ນິດຈັງ ວຸດທາປະຈາຍິໂນ ຈັດຕາໂລ ທຳມາ
ວັດທັນຕິ ອາຍຸ ວັນໂນ ສຸຂັງ ພະລັງ,
ທຳ ໔(4) ປະການ ຄື ອາຍຸ ວັນນະ ສຸຂະ ພະລະ, ຍ່ອມຈະເລີນແກ່ບຸກຄົນຜູ້ມີປົກກະຕິ
ຂາບໄຫວ້, ມີປົກກະຕິອ່ອນນ້ອມຕໍ່ຜູ້ໃຫຍ່
ສະເໝີ.