วันศุกร์ที่ 22 กรกฎาคม พ.ศ. 2559

ກັນທີ 4 ວັນນະພະເວດ

ກັນທີທີ 4 ນີ
ບ່ອນພະເວດເດີນດົງ
ມຸ້ງຕໍ່ເຂົາວົງກົດ
ບ່ອນປະສົງໝາຍໄວ້
ເພື່ອບຳເພັນພຽນສ້າງ
ຊິໄພຊົງພະນວດ(ບວດ)
ບວດສຶບສ້າງ
ສີນ້ອຍຊອບທຳ
4 ແຈ່ມເຈົ້າ
ເດີນຍາກເຫຼືອອົດ
ທາງເຂົາຄົດ
ລຽບພູພັນຊັ້ນ
ມີລຳນ້ຳ
ຕັນທາງຂວ້າມຍາກ
ອູ້ມອ່ອນນ້ອຍ
ລອຍນ້ຳຜ່ານໄປ
ແຕ່ຫາກໄດ້
ເດີນຜ່ານໂດຍດີ
ສັດຕູໃດ
ບໍ່ມາຂວາງໜ້າ
ດ້ວຍເດດກ້າ
ສິນທັມນຳເຊື່ອມ
4 ແຈ່ມເຈົ້າ
ໄປໄດ້ປອດໄພແທ້ແລ້ວ
ໃຜຈົກໄດ້
ກັນທີ 4 ບູຊາ
ວາດສະໜາ
ຂອງເຈົ້າບໍ່ຕ່າງ
ຄືຕົວຢ່າງ
ພະເວດສັນດອນ
ພາກນະຄອນ
ເດີນທາງລຳບາກ