วันศุกร์ที่ 5 สิงหาคม พ.ศ. 2559

Xy-lophone ແປວ່າຫຍັງ?

Xylophone
(ໄຊໂລໂພນ)
ແປວ່າ: ລະນາດ

@@@@@@@@@@@@@@@@@@@@@@@@@@@@@@@@@@@@@@@@@@

วันศุกร์ที่ 22 กรกฎาคม พ.ศ. 2559

ກັນທີ 4 ວັນນະພະເວດ

ກັນທີທີ 4 ນີ
ບ່ອນພະເວດເດີນດົງ
ມຸ້ງຕໍ່ເຂົາວົງກົດ
ບ່ອນປະສົງໝາຍໄວ້
ເພື່ອບຳເພັນພຽນສ້າງ
ຊິໄພຊົງພະນວດ(ບວດ)
ບວດສຶບສ້າງ
ສີນ້ອຍຊອບທຳ
4 ແຈ່ມເຈົ້າ
ເດີນຍາກເຫຼືອອົດ
ທາງເຂົາຄົດ
ລຽບພູພັນຊັ້ນ
ມີລຳນ້ຳ
ຕັນທາງຂວ້າມຍາກ
ອູ້ມອ່ອນນ້ອຍ
ລອຍນ້ຳຜ່ານໄປ
ແຕ່ຫາກໄດ້
ເດີນຜ່ານໂດຍດີ
ສັດຕູໃດ
ບໍ່ມາຂວາງໜ້າ
ດ້ວຍເດດກ້າ
ສິນທັມນຳເຊື່ອມ
4 ແຈ່ມເຈົ້າ
ໄປໄດ້ປອດໄພແທ້ແລ້ວ
ໃຜຈົກໄດ້
ກັນທີ 4 ບູຊາ
ວາດສະໜາ
ຂອງເຈົ້າບໍ່ຕ່າງ
ຄືຕົວຢ່າງ
ພະເວດສັນດອນ
ພາກນະຄອນ
ເດີນທາງລຳບາກ

วันจันทร์ที่ 13 มิถุนายน พ.ศ. 2559

ເຄັດລັບລະງັບອາລົມ

“ຈົ່ງຮູ້ວ່າການເກີດມາພົບພໍ້ກັນນັ້ນ
ເປັນເລື່ອງຍາກທຸກໆຄັ້ງທີ່ທຳຮ້າຍ
ຈິດໃຈກັນແລະກັນກໍ່ຈົ່ງເບິ່ງໃຫ້ດີ
ຄິດໃຫ້ດີ ບາງຄົນຫວງແຫນວັດຖຸ
ຈົນທຳຮ້າຍຈິດໃຈຄົນອ້ອມຂ້າງ
ອັນວ່າຄົນເກີດມາໜຶ່ງຊີວິດສຳຄັນ
ກວ່າຊັບສິນທີ່ກອງສູງເທົ່າພູເຂົາຢ່າເຮັດຫຍັງດ້ວຍອາລົມໂມໂຫໂທໂສພງຽອຶດອັດໃຈ ເພາະຖ້າເຮົາໃຈອາລົມພຽງຊົ່ວຂະ
ນະຂອງເຮົາເຮັດສິ່ງໃດກໍ່ຕາມເຮົາ
ຈະເສຍໃໄປຕະຫຼອດຊີວິດ”

₭&₭&₭&₭&₭&₭&₭&₭&₭&₭&₭

วันจันทร์ที่ 1 กุมภาพันธ์ พ.ศ. 2559

ວະລີໃນພາສາອັງກິດ

          ວະລີພື້ນຖານ

I know ຂ້ອຍຮູ້
I don't know ຂ້ອຍບໍ່ຮູ້
Excuse me,where's the toilet?
ຂໍໂທດ  ຫ້ອງນ້ຳຢູ່ໃສ?
Excuse me, where's the Gents?
ຂໍໂທດ ຫ້ອງນ້ຳຊາຍຢູ່ໃສ?
Excuse me, where's the ladies?
ຂໍໂທດ ຫ້ອງນ້ຳຍິງຢູ່ໃສ?
thank you ຂອບໃຈ

ສະບາຍດີ ພາສາອັງກິດ

             ສະບາຍດີພາສາອັງກິດ

Hello (ເຮ່ໂລ)ສະບາຍດີ[ຄົນທີ່ຍັງບໍ່ຮູ້ຈັກກັນ]

Hi (ຮ່າຍ) ສະບາຍດີ [ຄົນຮູ້ຈັກກັນ]

Good morning (ກູດມໍຼນິ່ງ)ສະບາຍດີ           [ຕອນເຊົ້າ]

Good afternoon (ກູດອັບຟ໌ເຕີ້ນູນ)ສະບາຍດີ[ຕອນທ່ຽງ]

Good evening (ກູດອີວີນິງ)ສະບາຍດີ
[ຕອນແລງ]

วันศุกร์ที่ 29 มกราคม พ.ศ. 2559

ບົດໃຫ້ພອນຍາດໂຍມແປລາວ

ະຖາ ວະຣິວະຫາ ປູຣາ ປະຣິປູເຣນຕິ ສາຄະຣັງ,
ແມ່ນ້ຳທີ່ເຕັມ ຍ່ອມເຮັດສະໝຸດສາຄອນໃຫ້ບໍລິບູນ ສັນໃດ.
ເອວະເມວະ ອິໂຕ ທິນນັງ ເປຕານັງ ອຸປະກັບປະຕິ,
ທານທີ່ທ່ານອຸທິດໃຫ້ແລ້ວແຕ່ໂລກນີ້, ຍ່ອມສຳເລັດປະໂຫຍດ ແກ່ຜູ້ທີ່ລະໂລກນີ້ໄປແລ້ວ ສັນນັ້ນ.
ອິດສິຕັງ ປັດຖິຕັງ ຕຸມຫັງ,
ຂໍອິດທິພົນທີ່ທ່ານປາດຖະໜາແລ້ວ ຕັ້ງໃຈແລ້ວ.
ຂິບປະເມວະສະມິດຊະຕຸ,
ຈົ່ງສຳເລັດໂດຍທັນທີທັນໃດ.
ສັບເພ ປູເຣນຕຸ ສັງກັບປາ,
ຂໍຄວາມດຳຣິທັງປວງຈົ່ງເຕັມທີ່.
ຈັນໂທປັນນະະໂສ ຍະຖາ,
ຄືພະຈັນໃນວັນເພັນ.
ມະນິ ໂຊຕິຣະໂສ ຍະຖາ,
ຄືແລ້ວມະນີອັນສະຫວ່າງສະໄຫວ ຄວນຍິນດີ

ສັບພີຕິໂຍ ວິວັດຊັນຕຸ,
ຄວາມຈັງໄຮທັງປວງຈົ່ງຫາຍໄປ.
ສັບພະໂຣໂຄ ວິນັດສະຕຸ,
ໂລກທັງປວງຂອງທ່ານຈົ່ງຫາຍ.
ມາ ເຕ ພະວັດວັນຕະຣາໂຍ,
ອັນຕະລາຍຢ່າມີແກ່ທ່ານ.
ສຸຂີ ທີຄາຍຸໂກ ພະວະ,
ທ່ານຈົ່ງມີຄວາມສຸກ ມີອາຍຸຍືນ.
ອະພິວາທະນະສີລິດສະ ນິດຈັງ ວຸດທາປະຈາ
ຍິໂນ ຈັດຕາໂຣ ທຳມາ ວັດທັນຕິ ອາຍຸ ວັນໂນ ສຸຂັງ ພະລັງ,
ທຳ ໔(4) ປະການ ຄື ອາຍຸ ວັນນະ ສຸຂະ ພະລະ,ຍ່ອມຈະເລີນແກ່ບຸກຄົນຜູ້ມີປົກກະຕິ
ຂາບໄຫວ້ ມີປົກກະຕິອ່ອນນ້ອມຕໍ່ຜູ້ໃຫຍ່
ສະເໝີ.


ເລື່ອງຕະຫຼົກ

             
            ເລື່ອງຕະຫຼົກຂຳຂັນ

    ຄູຖາມນັກຮຽນໃຫຍ່ຂຶ້ນຢາກເປັນຫຍັງ?

ນາຍຄູ: ຄູຈະຖາມແຕ່ລະຄົນເດີ ທ້າວສົມຊາຍ ໃຫຍ່ຂຶ້ນຢາກເປັນຫຍັງ?.
ທ້າວສົມຊາຍ: ຢາກເປັນມະຫາເສດຖີ
ອັນດັບ1ຂອງປະເທດ.
ນາຍຄູ: ດີຫຼາຍ,ສົມຊາຍເປັນຄົນທີ່ວາງແຜ່ນ
ອະນາຄົດໄດ້ດີ ຂໍຊົມເຊີຍ, ຄູຈະຖາມຕໍ່ເດີບາດນິ ນາງ ລາວັນ
ໃຫຍ່ຂຶ້ນຢາກເປັນຫຍັງ? ເອົາໃຫ້ລວຍແລະດີ
ກວ່າທ້າວ ສົມຊາຍເດີ.
ນາງລາວັນ: ຢາກເປັນເມຍ ທ້າວ ສົມຊາຍ
ນາຍຄູ: :-|