วันพุธที่ 30 ธันวาคม พ.ศ. 2558

ຄຳຂວັນແຂວງຫຼວງນ້ຳທາແມ່ນແນວໃດ?

ຕອບ: "ບັ້ນຮົບຫຼວງນ້ຳທາພະທາດໃຫຍ່ຊຽງເປງ
ຊາບຊຶ້ງກັບວັດທະນະທຳຫຼາຍເຜົ່າ
ເຂົ້າຊວຍແຊບເມືອງສິງລີງລາຍແພໄໝມ້ອນ
ເມືອງຫຼວງນ້ຳທາທຽ່ວປ່າສະຫງວນ
ແຫ່ງຊາກນ້ຳຮ່າເຂດພັດທະນາເສດຖະກິດ
ພິເສດບໍ່ແຕນແດນຄຳຮ່ວມເຕັ້ນແຊນຳສາວ
ໄຕດຳ ງາມແທ້ລະ ກ໋າ"

ຄຳຂວັນນະຄອນຫຼວງວຽງຈັນແມ່ນແນວໃດ?

ຕອບ: ""ມາວຽງຈັນຊົມຂົວມິດຕະພາບ
          ກາບໄຫວ້ຫໍພຣະແກ້ວ
ຊົມສວນປະຕູໄຊໄຫວ້ພະທາດຫຼວງມິ່ງຂວັນ
ຊົມວິວທິວທັດແຄມຂອງ ຫາດຊາຍສີທອງ
ດອນຈັນ ຊີມລົດອາຫານນາໆຊາດ
ເທິງຫໍຜາສາດສີ່ສິບຊັ້ນ ຜັກຜອນເທິງວິມານ
ສະຫວັນ ໂຮງແຮມດອນຈັນພາເລດລືນາມ""

ຄຳຂວັນແຂວງສາລະວັນແມ່ນແນວໃດ?

ຕອບ: "ໝາກພ້າວນາໄຊ
          ປີ້ງໄກ່ນາປົ່ງ
         ເຫຼົ້າຂາວເມືອງຄົງ
         ລຳວົງສາລະວັນ"

ຄຳຂວັນແຂວງຊຽງຂວາງແມ່ນແນວໃດ?

ຕອບ: "ພູກູດມີໄຊທົ່ງໄຫຫີນລືນາມ
ສາວງາມເມືອງພວນເຊີນຊວນ
ທ່ຽວຊົມແຂວງວິລະຊົນ"

ຄຳຂວັນແຂວງສະຫວັນນະເຂດແມ່ນແນວໃດ?

ຕອບ: "ສະຫວັນນະເຂດຜືນແຜນດິນຄຳ
ພະທາດອີງຮັງສະຖານບູຮານງາມສະຫງ່າ
ສັດໂລກໄດໂນເສົາຮ້ອຍລ້ານປີ
ປະເພນີວັດທະນະທຳລ້ຳເລີດ ກຳເນີດ
ຂັບລຳ4ຈັງຫວະ"

ຄຳຂວັນແຂວງບໍລິຄຳໄຊແມ່ນແນວໃດ?

"ຖິ່ນອາໃສສາວເມີ້ຍຜູ້ໂສພາ
ຖິ່ນຢູ່ໂຕເສົາຫຼາ ໄມ້ເກດສະໜາຄ່າແພງ
ທົ່ງນາແຊງກວ້າງໃກ ພະບາດໃຫຍ່ໂພນສັນ
ຄົນຊ່າລືກ່າວເອີ້ນ ແດນກຸຫຼາບປາກຊັນ"

วันอาทิตย์ที่ 27 ธันวาคม พ.ศ. 2558

ຄຳຂວັນແຂວງຜົ້ງສາລີແມ່ນແນວໃດ?

ຄຳຕອບ:ຜົ້ງສາລີປຽບຄືດັ່ງສະຫວັນສັ່ງວິມານດ່ານແດນພູດອຍເປັນດິນແດນວິລະຊົນຮັກ
ຄອນພົງພັນເຊື້ອງາມເຫຼືອຫຼາຍພູຟ້າ
ທະເລຫຼວງໝອກໃຫຍ່ເຊີນຊີມປາພູຟ້າດື່ມ
ເຫຼົ້າບຽວເອ່ວສະຖານທີ່ເບິ່ງສະຖານທີ່ເບິ່ງ
ຮີດຄອງປະເພນີເອກະລັດຫຼາຍເຜົ່າເຊື້ອເປັນ
ຂອງຕ້ອນທ່ານຜູ້ຊົມ.

ຄຳຂວັນແຂວງບໍ່ແກ້ວແມ່ນແນວໃດ?

ຄຳຕອບ:ບໍ່ແກ້ວມະນີລ້ຳຄ່າຊົມປ່າດອກງິ້ວ
ບານເທດສະການບັນດາເຜົ່າຖິ່ນເມືອງເກົ່າສຸວັນນະໂຄມຄຳຊົມຖ້ຳນ້ຳຍູ້ອູ້ສາວລາວຢວນ
ຊວນຊົມວັດຈອມເຂົາມະນີລັດໄຫວ້ພຣະ
ທາດສຸວັນນະຜາຄຳ.

ຄຳຂວັນແຂວງເຊກອງແມ່ນແນວໃດ?

ຄຳຕອບ: ເອກະລັກພູນາງລາວແວວວາວຄ່ານ່າຊື່ນໃຈທ່ຽວວັງໄງດື່ມເຫຼົ່າໄຫເມືອງດາກຈຶງຄະນຶງຫາສາຍທາລາຕົກຕາດແສກແປດພະໄທຢ່າລືມ
ໄປຂໍປັນກອບບອກຄວາມສາມັກຄີໄປຮູ້ຈັກ
ບຸນປະເພນີບັນດາເຜົ່າ.

ຄຳຂວັນແຂວງໄຊຍະບູລີແມ່ນແນວໃດ?

ຄຳຕອບ:ງາມທາດປວກເມືອງຄອບປະນົມນ້ອມພະທາດມັດຄ່າເມືອງເງິນແສນເພີດເພີນ
ພະທາດຊຽງລົມເມືອງຊຽງຮ່ອນອ່ອນຊອນ
ບຸນບັ້ງໄຟເມືອງປາກລາຍງາມເຫຼືອຫຼາຍສາວດອກຟ້າຍຈັນເມືອງແກ່ນທ້າວຫວານນ້ຳ
ໝາກພ້າວເມືອງບໍ່ແຕນແດນພູເຂົາຊ້າງ
ເມືອງຫົງສາ-ເມືອງທົ່ງຮວງເຂົ້າກົ່ງເມືອງພຽງ
ສຽງລັບລຳລ່ອງຮຸ່ງ ເມືອງໄຊຍະບູລີ.

วันพุธที่ 23 ธันวาคม พ.ศ. 2558

ຄຳຂວັນແຂວງຫຼວງພະບາງແມ່ນແນວໃດ?

ຫຼວງພະບາງເມືອງງາມ
ອາຮາມຮຸ່ງເຮືອງ
ງາມພູຕັ້ງຢູ່ກາງເມືອງ
ເລື່ອງລືວັດທະນະທຳ
ເມືອງນຸ່ງສິ້ນໃໝ
ຂວັນໃຈນັກທ່ອງທຽ່ວ
ເອາະຫຼາມໃສ່ສະຂ່ານ
ງາມຊ່ວງເຮືອເດືອນ9
ເມືອງກຽວຄຳຫວານ
ຕຳນານເມືອງຂຳທຸ່ມ
ວັດເກົ່າແກ່ມາກມີ
ຕາດກວາງສີເເລະຖ້ຳຕິ່ງ
ເປັນເມືອງມໍລະດົກໂລກ.

ຄຳຂວັນແຂວງວຽງຈັນແມ່ນແນວໃດ?

"ເມືອງເກົ່າໄຜ່ໜາມລືນນາມອ່າງນ້ຳງື່ມ  ຕຳນານເດີນລາຍງາ້ວອູ້ເຂົ້າຊາວເມືອງຄົນເຮືອງຂັບງື່ມດື່ມດຳທຳມະຊາດປະຊາລາດສາມັກຄີ"

ຄຳຂວັນແຂວງຫົວພັນແມ່ນແນວໃດ?

>  "ງົດງາມພູຜານ້ຳມ້າສ່ອງໃສວຽງໄຊປະຫວັດສາດຜ້າໃໝຊຳໃຕ້ຫີນຕັ້ງຫົວເມືອງຖິ່ນພູສາມເສົ້າຄົກເຂົ້ານ້ຳລິນແຜ່ນດິນວິລະຊົນ"

ຄຳຂວັນແຂວງອຸດົມໄຊແມ່ນແນວໃດ?

"ທ່ຽວອຸດົມໄຊໄປຊົມທຳມະຊາດ ນ້ຳຕົກຕາດຫົວນ້ຳກັດຊົມວັດທະນະທຳຊົນ ເຜົ່າໄຫວ້ພະເຈົ້າສິງຄຳດື່ມນ້ຳຊາພັນປີຂີ່ເຮືອທ່ອງທຽ່ວຊົມທຳມະຊາດແຄມຂອງ"

ຄຳຂວັນແຂວງຈຳປາສັກແມ່ນແນວໃດ?

ເອກະລັກວັດພູກຸຫຼາບປາກເຊກະເຝປາກຊ່ອງນ້ຳຂອງໂຕນຄອນ ສີພັນດອນບືນາມ

ຄຳຂວັນແຂວງຄຳມ່ວນແມ່ນແນວໃດ?

ຄຳຕອບ: ຄຳມ່ວນດິນແດນທຳມະຊາດ ປະຫວັດສາດວິລະຊົນ ຕົ້ນກຳເນີດລຳພະຍາມະຫາໄຊກິນຊຊຸບໜໍ່ໄມ້
ແກ້ງໄກ່ໃສ່ສານ ນະມັດສະການພະທາດສີໂຄດຕະບອງເປັນເຈົ້າຂອງເຂົ້າໜົມປ່ານ ປະສານປວງຊາເລັ່ງພັດທະນາຊ່ວຍປະຊາໃຫ້ມີສຸກ.

วันอังคารที่ 22 ธันวาคม พ.ศ. 2558

ແມ່ນ້ຳຂອງມີຕົ້ນກຳເນີດມາຈາກໃສ?

ຄຳຕອບ: ແມ່ນ້ຳຂອງມີຕົ້ນກຳເນີດມາຈາກພູພຽງຕິເບດໃນປະເທດຈີນ(ພູພຽງນີ້ຢູ່ໃນລະດັບສູງປະມານ 5000 ມ). ໄຫຼຜ່ານ 6 ປະເທດຄື: ຈີນ,ມຽນມາ,ລາວ,ໄທ,ກຳປູເຈຍ ແລະຫວຽດນາມ ແລ້ວສູ່ທະເລຈີນຕອນໃຕ້(ປາຊີຟິກ),ມີຄວາມທັງໝົດປະມານ 4500 ກມ.

ການປະຕິວັດທຶນນິຍົມຝຣັ່ງມີຄວາມໝາຍແນວໃດ?

ການປະຕິວັດທຶນນິຍົມຝຣັ່ງໄດ້ມີຄວາມໝາຍສຳຄັນທາງປະຫວັດສາດເພາະມັນໄດ້ເປັນການທັບມ້າງລະບອບສັກດິນາຍາດເອົາໄຊຊະນະມາໃຫ້ແກ່ຊົນຊັ້ນນາຍທຶນເຮັດໃຫ້ຊົນຊັ້ນນາຍທຶນຂຶ້ນກຳອຳນາດແລ້ວລົບລ້າງທຸກອະພິສິດຂອງພວກຂຸນນາງລົງ.

วันอาทิตย์ที่ 20 ธันวาคม พ.ศ. 2558

ຄຳຂວັນແຂວງອັດຕະປືແມ່ນແນວໃດ?

ຄຳຕອບ: ລຳນ້ຳໃສປ່າໄມ້ຂຽວ ທ່ອງທ່ຽວໜອງຟ້າ ຊົມຜາຮຽງຊານໄຊ ໄຫ້ວພະອົງແສນ ພັກແດນສາມັກຄີ

ປັນມາສີຈັນລຽນ: ຄຳຂວັນແຂວງອັດຕະປື

ປັນມາສີຈັນລຽນ: ຄຳຂວັນແຂວງອັດຕະປື

ຄຳຂວັນແຂວງອັດຕະປື

ລຳນ້ຳໃສປ່າໄມ້ຂຽວ ທ່ອງທ່ຽວໜອງຟ້າ ຊົມຜາຮຽງຊານໄຊ ໄຫວ້ພະອົງແສນ ພັກແດນສາມັກຄີ

วันพฤหัสบดีที่ 17 ธันวาคม พ.ศ. 2558

ແຂວງຫຼວງນ້ຳທາມີຈັກເມືອງ?

ຄຳຕອບ: ແຂວງຫຼວງນ້ຳທາມີ 5 ເມືອງຄື:

1.ເມືອງນ້ຳທາ
2.ເມືອງສິງ
3.ເມືອງລອງ
4.ເມືອງວຽງພູຄາ
5.ເມືອງນາແລ

ແຂວງອັດຕະປືມີຈັກເມືອງ?

ຄຳຕອບ: ແຂວງອັດຕະປືມີ 5 ເມືອງຄື:

1.ເມືອງໄຊເສດຖາ
2.ເມືອງສາມັກຄີໄຊ
3.ເມືອງສະໜາມໄຊ
4.ເມືອງສານໄຊ
5.ເມືອງພູວົງ

ແຂວງຈຳປາສັກມີຈັກເມືອງ?

ຄຳຕອບ: ແຂວງຈຳປາສັກມີ 10 ເມືອງຄື:

1.ເມືອງປາກເຊ
2.ເມືອງຊະນະສົມບູນ
3.ເມືອງບາຈຽງຈະເລີນສຸກ
4.ເມືອງປາກຊ່ອງ
5.ເມືອງປະທຸມພອນ
6.ເມືອງໂພນທອງ
7.ເມືອງຈຳປາສັກ
8.ເມືອງສຸຂຸມມາ
9.ເມືອງມຸນລະປະໂມກ
10.ເມືອງໂຂງ

ແຂວງເຊກອງມີຈັກເມືອງ?

ຄຳຕອບ: ແຂວງເຊກອງມີ 4 ເມືອງຄື:

1.ເມືອງລະມາມ
2.ເມືອງກະລຶມ
3.ເມືອງດັກຈຶງ
4.ເມືອງທ່າແຕງ

ແຂວງສາລະວັນມີຈັກເມືອງ?

ຄຳຕອບ:ແຂວງສາລະວັນມີ 8 ເມືອງຄື:

1.ເມືອງສາລະວັນ
2.ເມືອງຕາໂອ້ຍ
3.ເມືອງຕຸ້ມລານ
4.ເມືອງລະຄອນເພັງ
5.ເມືອງວາປີ
6.ເມືອງຄົງເຊໂດນ
7.ເມືອງເລົາງາມ
8.ເມືອງສະມ້ວຍ

ແຂວງສະຫວັນນະເຂດມີຈັກເມືອງ?

ຄຳຕອບ:ແຂວງສະຫວັນນະເຂດມີ15ເມືອງຄື

1.ເມືອງໄກສອນພົມວິຫານ
2.ອຸທຸມພອນ
3.ເມືອງອາດສະພັງທອງ
4.ເມືອງພີນ
5.ເມືອງເຊໂປນ
6.ເມືອງນອງ
7.ເມືອງທ່າປາງທອງ
8.ເມືອງສອງຄອນ
9.ເມືອງຈຳພອນ
10.ເມືອງຊົນບູລີ
11.ເມືອງໄຊຍະບູລີ
12.ເມືອງວິລະບູລີ
13.ເມືອງອາດສະພອນ
14.ເມືອງໄຊພູທອງ
15.ເມືອງພະລານໄຊ

ແຂວງຄຳມ່ວນມີຈັກເມືອງ?

ຄຳຕອບ: ແຂວງຄຳມ່ວນມີ 10 ເມືອງຄື:

1.ເມືອງທ່າແຂກ
2.ເມືອງມະຫາໄຂ
3.ເມືອງໜອງບົກ
4.ເມືອງຫີນບູນ
5.ເມືອງຍົມມະລາດ
6.ເມືອງບົວລະພາ
7.ເມືອງນາກາຍ
8.ເມືອງເຊບັ້ງໄຟ
9.ເມືອງໄຊບົວທອງ
10.ເມືອງຄູນຄຳ.

ແຂວງບໍລິຄຳໄຊມີຈັກເມືອງ?

ຄຳຕອບ: ແຂວງບໍລິຄຳໄຊມີ 7 ເມືອງຄື:

1.ເມືອງປາກຊັນ
2.ເມືອງທ່າພະບາດ
3.ເມືອງປາກກະດິງ
4.ເມືອງບໍລິຄັນ
5.ເມືອງຄຳເກີດ
6.ເມືຶອງວຽງທອງ
7.ເມືອງໄຊຈຳພອນ

ແຂວງວຽງຈັນມີຈັກເມືອງ

ຄຳຕອບ: ແຂວງວຽງຈັນມີ 13 ເມືອງຄື:

1.ເມືອງໂພນໂຮງ
2.ເມືອງທຸລາຄົມ
3.ເມືອງແກ້ວອຸດົມ
4.ເມືອງກາສີ
5.ເມືອງວັງວຽງ
6.ເມືອງເຟືອງ
7.ເມືອງຊະນະຄາມ
8.ເມືອງແມດ
9.ເມືອງວຽງຄຳ
10.ເມືອງຫີນເຫີບ
11.ເມືອງຮົ່ມ
12.ເມືອງໄຊສົມບູນ
13.ເມືອງໝື່ນ

ແຂວງຊຽງຂວາງມີຈັກເມືອງ?

ຄຳຕອບ: ແຂວງຊຽງຂວາງມີ 8 ເມືອງຄື:

1.ເມືອງແປກ
2.ເມືອງຄຳ
3.ເມືອງໜອງແຮດ
4.ເມືອງຄູນ
5.ເມືອງໝອກ
6.ເມືອງພູກູດ
7.ເມືອງຜາໄຊ
8.ເມືອງທ່າໂທມ

ແຂວງໄຊຍະບູລີມີຈັກເມືອງ?

ຄຳຕອບ: ແຂວງໄຊຍະບູລີມີ 11 ເມືອງຄື:

1.ເມືອງໄຊຍະບູລີ
2.ເມືອງຄອບ
3.ເມືອງຫົງສາ
4.ເມືອງເງິນ
5.ເມືອງຊຽງຮ່ອນ
6.ເມືອງພຽງ
7.ເມືອງປາກລາຍ
8.ເມືອງແກ່ນທ້າວ
9.ເມືອງບໍ່ແຕນ
10.ເມືອງທົ່ງມີໄຊ
11.ເມືອງໄຊສະຖານ

ແຂວງຫົວພັນມີຈັກເມືອງ?

ຄຳຕອບ: ແຂວງຫົວພັນມີ 9 ເມືອງຄື:

1.ເມືອງຊຳເໜືອ
2.ເມືອງຊຽງຄໍ້
3.ເມືອງວຽງທອງ
4.ເມືອງວຽງໄຊ
5.ເມືອງຫົວເມືອງ
6.ເມືອງຊຳໃຕ້
7.ເມືອງສົບເບົາ
8.ເມືອງແອດ
9.ເມືອງກວນ

ແຂວງຫຼວງພະບາງມີຈັກເມືອງ?

ຄຳຕອບ:ແຂວງຫຼວງພະບາງມີ 12 ເມືອງຄື:

1.ເມືອງຫຼວງພະບາງ
2.ເມືອງຊຽງເງິນ
3.ເມືອງນານ
4.ເມືອງປາກອູ
5.ເມືອງນ້ຳບາກ
6.ເມືອງງອຍ
7.ເມືອງປາກແຊງ
8.ເມືອງໂພນໄຊ
9.ເມືອງຈອມເພັດ
10.ເມືອງວຽງຄຳ
11.ເມືອງຄູນ
12.ເມືອງໂພນທອງ

ແຂວງບໍ່ແກ້ວມີຈັກເມືອງ?

ຄຳຕອບ: ແຂວງບໍ່ແກ້ວມີ 6 ເມືອງຄື:

1.ເມືອງຫ້ວຍຊາຍ
2.ເມືອງຕົ້ນເຜິ້ງ
3.ເມືອງເມິງ
4.ເມືອງຜາອຸດົມ
5.ເມືອງປາກທາ.
6.ເຂດພິເສດນ້ຳຍູ້

ແຂວງອຸດົມໄຊມີຈັກເມືອງ?

ຄຳຕອບ: ແຂວງອຸດົມໄຊມີ 7 ເມືອງຄື:

1.ເມືອງໄຊ
2ເມືອງຫຼາ
3.ເມືອງນາໜໍ້
4.ເມືອງງາ
5.ເມືອງແບງ
6.ເມືອງຮຸນ
7.ເມືອງປາກແບ່ງ.

ແຂວງຫຼວງນ້ຳທາມີຈັກເມືອງ?

ຄຳຕອບ: ແຂວງຫຼວງນ້ຳທາມີ 5 ເມືອງຄື:

1.ເມືອງນ້ຳທາ
2.ເມືອງສິງ
3.ເມືອງລອງ
4.ເມືອງວຽງພູຄາ
5.ເມືອງນາແລ
   
    ສຳນັກປົກຄອງແຂວງຢູ່ເມືອງນ້ຳທາ

ແຂວງຜົ້ງສາລີມີຈັກເມືອງ?

ຄຳຕອບ: ແຂວງຜົ້ງສາລີມີ 7 ເມືອງຄື:

1.ເມືອງຜົ້ງສາລີ
2.ເມືອງໃໝ່
3.ເມືອງຂວາ
4.ເມືອງສຳພັນ
5.ເມືຶອງບຸນເໜືຶອ
6.ເມືອງຍອດອູ
7.ເມືອງບຸນໃຕ້

ນະຄອນຫຼວງວຽງຈັນມີຈັກເມືອງ?

ຄຳຕອບ: ນະຄອນຫຼວງວຽງຈັນມີ 9ເມືອງ

1.ເມືອງຈັນທະບູລີ
2.ເມືອງສີໂຄດຕະບອງ
3.ເມືອງໄຊເສດຖາ
4.ເມືອງສີສັດຕະນາກ
5.ເມືອງນາຊາຍທອງ
6.ເມືອງໄຊທານີ
7.ເມືອງຫາດຊາຍຟອງ
8.ເມືອງສັງທອງ
9.ເມືອງປາກງື່ມ